ຫຼັງຈາກທີ່ໂຕຂ້າພະເຈົ້າເອງໄດ້ງົມງວຍ,ງົມງາຍ,ງົມເຮັດກ່ຽວກັບການສ້າງ Repo ໃຫ້ນ້ອງໄອຂອງຂ້າພະເຈົ້າມາດົນເຕີບປະມານ ໒ ເດືອນນີ້ແລະກໍ່ມາຮອດມື້ທີ່ຂ້າພະ
ເຈົ້າມີຄວາມສຸກທີ່ສຸດເພາະສິ່ງທີ່ຂ້າພະເຈົ້າຕັ້ງໃຈພັດທະນາມັນກໍ່ສຳເລັດຈົນໄດ້. ທີ່ຂ້າພະເຈົ້າຕ້ອງການສ້າງສິ່ງນີ້ຂຶ້ນມາຍ້ອນວ່າຂ້າພະເຈົ້າເຫັນ Source Cydia ຂອງຕ່າງປະເທດທີ່ມີແພັກເກັດຂອງປະເທດເຂົາຢູ່ເລີຍເອະໃຈຂຶ້ນມາວ່າ “ເອະ ເປັນ
ຫຍັງລາວເຮົາຄືບໍ່ມີຈັ່ງຊັ້ນແດ່ຫວະ”ຂ້າພະເຈົ້າກະເລີຍໄດ້ສຶກສາແລະກໍ່ເລີ່ມລົງມືສ້າງ
ມັນຂຶ້ນມາເຊິ່ງໃນລະຫວ່າງທີ່ສ້າງຂຶ້ນມາກໍ່ປະສົບກັບບັນຫາຕ່າງໆນາໆຈົນບາງເທື່ອ
ກໍ່ເຣັດໃຫ້ໂຕຂອງຂ້າພະເຈົ້າເອງທໍ້ໄປກັບມັນແຕ່ຂ້າພະເຈົ້າກໍ່ບໍ່ຍອມມັນງ່າຍໆ(ກິນເບຍເມົາໆມື້ມັນມີບັນຫາລະກະໄປນອນ)ແລ້ວກໍ່ຕື່ນມາກະສູ້ກັບມັນໃໝ່ ສູ້ມັນ
ມາຈົນມາຮອດມື້ນີ້ມື້ທີ່ມັນແລ້ວນີ້ລະ ແລະອີກເຫດຜົນທີ່ສ້າງສິ່ງນີ້ຂຶ້ນມາກໍ່ຢາກໃຫ້
ອ້າຍເອື້ອຍນ້ອງຄົນລາວຂອງເຮົາທຸກຄົນຫຼືຄົນຕ່າງປະເທດບໍ່ວ່າຈະຢູ່ສ່ວນໃດຂອງ
ໂລກກໍ່ສາມາດຕິດຕັ້ງແພັກເກັດທີ່ເປັນຂອງຄົນລາວເຮົາເຮັດທີ່ມີທັ້ງຟ້ອນລາວ, ຄີບອດ
ພາສາລາວ, ແຄັກແອັບ ແລະອີກຕ່າງໆທີ່ຈະມາໃນຂ້າງໜ້ານີ້ຕື່ມອີກ. ພຽງແຕ່ທ່ານ
ມີ iPhone & iPod Touch ທີ່ Jailbreak ແລະມີໂປຣແກມ Cydia ທ່ານກໍ່ສາ
ມາດທີ່ຈະແອັດ Source ໂຕນີ້ເຂົ້າໄປແລ້ວກໍ່ລົງໂປຣແກມຕ່າງໆໄດ້ແລ້ວເນາະ. Continue reading »
Mar 30


